ຈຸດປະສົງ: ຂໍ້​ແນະ​ນຳ​ນີ້​ມີໃຫ້ສຳ​ລັບ​ຜູ້​ໃຫ້​ບໍ​ລິ​ການ​ກ່ຽວກັບ​ວິ​ທີ​ກວດ​ສອບ​ຂໍ້ມູນເຂົ້າວຽກ​ໃນ​ກໍລະນີ​ທີ່​ຍັງບໍ່ໄດ້​ຮັບ​ການກວດ​ສອບ​​ໃນ OR PTC DCI ໂດຍຜ່ານ ​ເວັບ​ຜອດ​ໂທ​ລ, ເວັບ​ມື​ຖື ແລະ ແອັບ​ມື​ຖື. ຂໍ້ມູນເຂົ້າວຽກ​ໃນ​ກໍລະນີທີ່​ຍັງບໍ່​ໄດ້​ຮັບ​ການກວດ​ສອບ​ແມ່ນ​ຂໍ້ມູນຂາເຂົ້າ​ທີ່​ຖືກ​ດັດ​ແກ້ ຫຼື ສ້າງ​ຂຶ້ນ​ໂດຍ​ພະ​ນັກ​ງານ​ຂອງ​ລັດ ແລະ ຈຳ​ເປັນ​ຕ້ອງ​ໄດ້​ຮັບ​ການກວດ​ສອບ​ເພື່ອ​ໃຫ້​ຜູ້​ໃຫ້​ບໍ​ລິ​ການ​ໄດ້​ຮັບ​​ເງິນຄ່າຈ້າງ​ສຳ​ລັບ​ຜຽນ​​ວຽກນັ້ນໆ.

ຜົນໄດ້ຮັບ: ຜູ້​ໃຫ້​ບໍ​ລິ​ການ​ໄດ້​ກວດ​ສອບ​ຂໍ້ມູນເຂົ້າວຽກ​ຂອງເວ​ລາວຽກ​ທີ່ຍັງບໍ່​ໄດ້​ຮັບ​ການກວດ​ສອບ​ຢ່າງ​ເໝາະ​ສົມ​ໃນ OR PTC DCI.

ວິທີກວດສອບຂໍ້ມູນເຂົ້າວຽກໃນເວັບຜອດໂທ OR PTC DCI

  1. ເປີດ​ເວັບ​ບ​ຣາວ​ເຊີ ແລະ ຊອກ​ຫາ dcisoftware.com.
  2. ຄ​ລິກ​ໃສ່ ​ຂໍ້ມູນເຂົ້າ​ວຽກ.
  3. ເລືອກ​ສະຖານະທີ່ຍັງບໍ່​ໄດ້​ຮັບ​ການກວດ​ສອບ​ຈາກ​ຕົວ​ກັ່ນ​ຕອງ​ສະ​ຖາ​ນະ.
  4. ຄ​ລິກ​ຊອກ​ຫາ​ເພື່ອ​ເບິ່ງ​ຂໍ້ມູນ​ເຂົ້າ​ວຽກ​ບໍ່​ໄດ້​ຮັບ​ການກວດ​ສອບ​ທັງ​ໝົດ.
  5. ຄ​ລິກ​ໃສ່​ຂໍ້ມູນເຂົ້າ​ວຽກ​ທີ່​ທ່ານ​ຢາກ​ຈະ​ກວດ​ສອບ.
  6. ຄ​ລິ​ກ ກວດ​ສອບ, ຖ້າ​ເບິ່ງ​ເຫັນ​ວ່າ​ຂໍ້ມູນ​ເຂົ້າ​ວຽກ​ຖືກ​ຕ້ອງ.

ວິທີກວດສອບການເຂົ້າວຽກ​​ໃນເວັບມືຖື OR PTC DCI

  1. ເຂົ້າ​ສູ່​ລະ​ບົບ OR PTC DCI ດ້ວຍ​ການ​ໃຊ້​ ເວັບ​ບ​ຣາວ​ເຊີ​ ໃນ​ອຸ​ປະ​ກອນ​ອັດ​ສະ​ລິ​ຍະ​ຂອງ​ທ່ານ (dcisoftware.com).
  2. ແຕະ​ປຸ່ມ​ເມ​ນູ​ຢູ່​ມູມ​ຂວາ​ເບື້ອງ​ເທິງ.
  3. ເລືອກ​ຕົວ​ເລືອກ​ຂໍ້ມູນ​ເຂົ້າ​ວຽກ​ຈາກ​ລາຍ​ການ.
  4. ຂໍ້ມູນເຂົ້າ​ວຽກ​ຂອງ​ທ່ານ​ຈະ​ປາ​ກົດ​ຂຶ້ນ. ທ່ານ​ສາ​ມາດ​ເບິ່ງ​ຂໍ້ມູນ​ເຂົ້າ​ວຽກ​ທັງ​ໝົດ ແລະ ທຳການກວດ​ສອບ​ຂໍ້ມູນເຂົ້າ​ວຽກ​ໄດ້, ຖ້າ​ຈຳ​ເປັນ.
  5. ເລືອກຂໍ້ມູນ​ເຂົ້າ​ວຽກ​ສະ​ເພາະ​ທີ່​ທ່ານ​ຢາກ​ຈະ​ກວດ​ຄືນ.
  6. ຖ້າ​ການ​ຕອກບັດ​ຍັງບໍ່​ຖືກກວດ​ສອບ, ທ່ານ​ສາ​ມາດ ກວດ​ກາ​ຂໍ້ມູນ​ເຂົ້າ​ວຽກ​ຄືນ​ເພື່ອ​ໃຫ້​ແນ່​ໃຈ​ວ່າ​ຂໍ້ມູນເຂົ້າ​ວຽກ​ຖືກ​ຕ້ອງ​ໄດ້ແລະແຕະ​ໃສ່ ກວດ​ສອບ.

ວິທີກວດສອບຂໍ້ມູນເຂົ້າວຽກໃນແອັບມືຖື OR PTC DCI

  1. ​ຫຼັງ​ຈາກ​ເຂົ້າ​ສູ່​ລະ​ບົບ​ແອັບ​ມື​ຖື OR PTC DCI, ແຕະໃສ່ ​ສາມເສັ້ນ​​ໃນ​ມູມ​ຊ້າຍ​ດ້ານເ​ທິງ​ເພື່ອ​ເປີດ​ເມ​ນູ.
  2. ແຕະ​ໃສ່ ຂໍ້ມູນ​ເຂົ້າ​ວຽກ.
  3. ​ແຕະໃສ່ ​ຂໍ້ມູນ​ເຂົ້າ​ວຽກ ​ທີ່​ທ່ານ​ຕ້ອງການກວດ​ສອບ.
  4. ແຕະ​ໃສ່ ການ​ດຳ​ເນີນ​ການ.
  5. ແຕະ​ໃສ່ ກວດ​ສອບ.
  6. ແຕະ​ໃສ່ ຢືນ​ຢັນ.