ກົດຮູບຂ້າງລຸ່ມນີ້ເພື່ອດາວໂຫລດບົດຄວາມ:

ເພື່ອດາວໂຫຼດເອົາເວັບມືຖື OR PTC DCI

  1. ເປີດເວັບບຣາວເຊີໃນໂທລະສັບຂອງທ່ານ (Safari, Chrome ແລະ ອື່ນໆ).
  2. ໄປທີ່ເວັບໄຊ: dcisoftware.com.
  3. ເຂົ້າສູ່ລະບົບດ້ວຍຊື່ຜູ້ໃຊ້ ແລະ ລະຫັດຜ່ານ ຫຼື PIN.
  4. ເລືອກເຂົ້າສູ່ລະບົບ.
  5. ໜ້າຕໍ່ໄປທີ່ຈະປາກົດຂຶ້ນມາແມ່ນການຮັບຮອງຂອງຜູ້ໃຫ້ບໍລິການ. ອ່ານ, ເລື່ອນລົງໄປດ້ານລຸ່ມຂອງໜ້ານີ້ແລ້ວເລືອກ​ຕົກ​ລົງ.
  6. ໜ້າຕໍ່ໄປທີ່ຈະປາກົດຂຶ້ນແມ່ນແຈ້ງເຕືອນການນຳໃຊ້ລະບົບ. ອ່ານ, ເລື່ອນລົງໄປດ້ານລຸ່ມຂອງໜ້ານີ້ແລ້ວເລືອກຕົກ​ລົງ.
  7. ເມື່ອທ່ານເຂົ້າສູ່ລະບົບໃນເວັບໄຊແລ້ວ, ໂພສຂ່າວທັງໝົດຈະປາກົດຂຶ້ນຢູ່ໜ້າຈໍດ້ານ​ໜ້າ. ທ່ານສາມາດເລືອກແຕ່ລະອັນເພື່ອເບິ່ງລາຍລະອຽດ ຫຼື ໂຫຼດເພີ່ມເຕີມເພື່ອກວດສອບເບິ່ງໂພສຂ່າວທັງໝົດ.

ຂໍສະແດງຄວາມຍິນດີ! ທ່ານໄດ້ເຂົ້າສູ່ລະບົບຂອງ​ເວັບ​ມື​ຖື OR PTC DCI ແລ້ວ.

ໄປທີ່ເວັບ​ມື​ຖື

  1. ຢູ່ແຈເບື້ອງຂວາ​ດ້ານ​ເທິງຂອງໜ້າຈໍ, ມີເສັ້ນຊື່ຢູ່ສາມເສັ້ນ. ນີ້ແມ່ນໄອຄອນເມນູຂອງທ່ານ.
  2. ເມື່ອທ່ານເລືອກເມນູ, ທ່ານຈະເຫັນຕົວເລືອກດັ່ງຕໍ່ໄປນີ້:
    • ກ​.         ໜ້າຫຼັກ
    • ຂ.         ບັນທຶກໃໝ່
    • ຄ.         ການກວດ​ເບິ່ງການໃຫ້ອະນຸຍາດ
    • ງ.         ບັນທຶກຕ່າງໆ
    • ຈ.         ຂໍ້ຄວາມ
    • ສ.         ຄົ້ນຫາ
    • ຊ.         ອອກຈາກລະບົບ

ເພີ່ມບັນທຶກການປ້ຳເຂົ້າວຽກໃໝ່

  1. ເພື່ອເພີ່ມບັນທຶກໃໝ່, ເລືອກ ບັນທຶກໃໝ່ ໃນເມນູ.
  2. ຕື່ມແບບຟອມບັນທຶກໃໝ່. ກວດສອບວ່າບັນທຶກເວລາແມ່ນເປັນລາຍຊົ່ວໂມງ.
  3. ເລີ່ມພິມຊື່ຜູ້ຊົມໃຊ້ຂອງທ່ານໃນຊ່ອງລູກຄ້າ, ຈາກນັ້ນເລືອກຊື່ຂອງພວກເຂົາໃນເວລາທີ່ຕົວ​ເລື່ອນ​ລົງປາກົດຂຶ້ນ.
  4. ກວດສອບໃຫ້ແນ່ໃຈວ່າໄດ້ເລືອກລະຫັດບໍລິການທີ່ຖືກຕ້ອງ, ຖ້າຈຳເປັນ (ມີໂອກາດທີ່ສິ່ງນີ້ຈະຕື່ມເອງໂດຍອັດຕະໂນມັດ).
    1. ກ.    ຖ້າຫາກລູກຄ້າໄດ້ສະຫຼັບໂປຣແກຣມເມື່ອບໍ່ດົນມານີ້, ທ່ານອາດຈະເຫັນລະຫັດບໍລິການສອງຢ່າງ. ກວດສອບໃຫ້ແນ່ໃຈວ່າທ່ານໄດ້ເລືອກລະຫັດການບໍລິການທີ່ຖືກຕ້ອງໂດຍອີງຕາມໂປຣແກຣມຂອງຜູ້​ຊົມ​ໃຊ້ທີ່ທ່ານກຳລັງອ້າງສິດຊົ່ວໂມງ.
  5. ເລືອກວັນທີສຳລັບບັນທຶກ.
  6. ທ່ານຈະເຫັນຈຳນວນຊົ່ວໂມງວ່າງໃນການອະນຸຍາດສຳລັບໄລຍະການບໍລິການດັ່ງກ່າວ. ກວດສອບໃຫ້ແນ່ໃຈວ່າທ່ານມີຊົ່ວໂມງທີ່ພຽງພໍສຳລັບການເຂົ້າວຽກທີ່ທ່ານກຳລັງອ້າງເຖິງ.
  7. ເວລາແຈ້ງເຂົ້າ: ຖ້າຫາກທ່ານແຕະທີ່ກ່ອງ, ມັນຈະສະແດງເມນູເລື່ອນລົງ. ເພື່ອປ້ອນເວລາສະເພາະເຈາະຈົງ,​ ແຕະອີກຄັ້ງບ່ອນທີ່ທ່ານຕ້ອງການເຄີ​ເຊີ. ຈາກນັ້ນທ່ານສາມາດກົດລຶບ ແລະ ພິມເວລາເລີ່ມຕົ້ນທີ່ຖືກຕ້ອງໄດ້.
  8. ເວລາແຈ້ງອອກ: ປ້ອນເວລາສິ້ນສຸດໂດຍນຳໃຊ້ເມນູເລື່ອນລົງ ຫຼື ໂດຍການພິມເວລາ.
  9. ເລືອກ ສິ້ນສຸດລະບົບເວັບໄຊ.
  10. ເພີ່ມລະຫັດເຫດຜົນທີ່ຂຶ້ນຕົ້ນດ້ວຍຜູ້ໃຫ້ບໍລິການວ່າຍ້ອນຫຍັງທ່ານຈິ່ງສ້າງບັນທຶກເພື່ອເປັນປະຫວັດນີ້
    1. ກ. ຄລິກທີ່ເຄື່ອງໝາຍບວກສີຟ້າ.
    2. ຂ.  ເລືອກລະຫັດເຫດຜົນຈາກເມນູເລື່ອນລົງທີ່ສະແດງເຖິງເຫດຜົນໃນການສ້າງບັນທຶກເພື່ອເປັນປະຫວັດນີ້. ໃນຖານະຜູ້ໃຫ້ບໍລິການ, ທ່ານຄວນເລືອກລະຫັດເຫດຜົນທີ່ເລີ່ມຕົ້ນດ້ວຍຜູ້​ໃຫ້​ບໍ​ລິ​ການເທົ່ານັ້ນ.
    3. ຄ. ແຕະທີ່ເຄື່ອງໝາຍບວກສີຟ້າໃຫຍ່. ຖ້າຫາກທ່ານບໍ່ໄດ້ກົດສິ່ງນີ້, ລະຫັດເຫດຜົນຈະບໍ່ຖືກເພີ່ມເຂົ້າໃນບັນທຶກຢ່າງຖືກຕ້ອງ ແລະ ມັນຈະບໍ່ບັນທຶກ.
    4. ງ. ຖ້າຫາກໄດ້ເພີ່ມລະຫັດເຫດຜົນເຂົ້າໃນບັນທຶກ, ທ່ານ​ຈະເຫັນມັນຖືກລະບຸໄວ້ຢູ່ກ້ອງກ່ອງເລືອກເຫດຜົນ.
  11. ເພີ່ມໝາຍເຫດ ແລະ ເອກະສານຄັດຕິດ. ນີ້ແມ່ນຕົວເລືອກເສີມ.
  12. ເລືອກຊ່ອງຖັດຈາກຖະແຫຼງການຮັບຮອງເພື່ອຢືນຢັນວ່າເວລາຂອງທ່ານຖືກຕ້ອງ.
  13. ແຕະບັນທຶກ.
  14. ແຕະແມ່ນ​ແລ້ວບ່ອນແຈ້ງເຕືອນເພື່ອເຮັດສຳເລັດການບັນທຶກ.

ເບິ່ງ, ກວດສອບ, ປະຕິເສດ​ບັນທຶກ

  1. ໃນເມນູຂອງທ່ານ, ເລືອກ​ຕົວ​ເລືອກ​ ບັນທຶກຕ່າງໆ ​ຈາກ​ລາຍ​ການ.
  2. ໜ້າບັນທຶກຕ່າງໆຈະສະແດງຂຶ້ນ, ທ່ານຈະມີຄວາມສາມາດໃນການເບິ່ງບັນທຶກຕ່າງໆຂອງທ່ານ ແລະ ຢືນຢັນສະຖານະຂອງແຕ່ລະການບັນທຶກ. ຖ້າຫາກທ່ານແຕະທີ່ບັນທຶກໃດໜຶ່ງ, ທ່ານຈະສາມາດກວດສອບ ຫຼື ປະຕິເສດບັນທຶກນັ້ນໄດ້. ເລືອກ​ການບັນທຶກທີ່​ທ່ານ​ຢາກ​ຈະ​ກວດ​ກາ​ຄືນ.
  3. ຖ້າຫາກການປ້ຳບັດແມ່ນບໍ່ໄດ້ຮັບການກວດສອບ, ທ່ານອາດ​ຈະຢັ້ງຢືນ ຫຼື ປະຕິເສດການປ້ຳບັດ.
  4. ຖ້າການປ້ຳບັດຢູ່ໃນສະຖານະກຳລັງລໍຖ້າ, ທ່ານຍັງມີຕົວເລືອກໃນການປະຕິເສດການບັນທຶກດັ່ງກ່າວໂດຍການແຕະທີ່ປຸ່ມປະຕິເສດ. ຖ້າຫາກການບັນທຶກບໍ່ຖືກຕ້ອງ, ທ່ານສາມາດລຶບມັນໄດ້ໂດຍການແຕະທີ່ປະ​ຕິ​ເສດ.

ຂໍ້ຄວາມ/ກ່ອງຂໍ້ຄວາມເຂົ້າ

  1. ໃນເມນູຂອງທ່ານ, ເລືອກຕົວເລືອກຂໍ້ຄວາມຈາກລາຍການ. ນອກຈາກນັ້ນ, ທ່ານຍັງສາມາດຊອກຫາພາກທີ່ທ່ານສາມາດເບິ່ງ ແລະ ອ່ານຂໍ້ຄວາມ ຫຼື ການແຈ້ງເຕືອນທີ່ສົ່ງໃຫ້ທ່ານ.
  2. ຈາກລາຍການເລື່ອນລົງທີ່ມີຢູ່ພາຍໃຕ້ຕົວເລືອກຂໍ້ຄວາມ, ທ່ານສາມາດຂຽນຂໍ້ຄວາມໃໝ່ ແລະ ເບິ່ງກ່ອງຂໍ້ຄວາມເຂົ້າ/ສົ່ງ/ແຟ້ມບັນທຶກ/ກ່ອງຂີ້ເຫຍື້ອ ຂອງທ່ານ.
  3. ເພື່ອເບິ່ງຂໍ້ຄວາມໃໝ່ທັງໝົດ, ເລືອກ “ກ່ອງ​ຂໍ້​ຄວາມ​ເຂົ້າ”. ຂໍ້ຄວາມທັງໝົດໃນກ່ອງຂໍ້ຄວາມ​ເຂົ້າຂອງທ່ານຈະປາກົດຂຶ້ນ.
  4. ຈາກບ່ອນນີ້,​ ທ່ານສາມາດເບິ່ງລາຍລະອຽດຂໍ້ຄວາມໂດຍການຄລິກທີ່ຂໍ້ຄວາມທີ່ທ່ານຕ້ອງການເບິ່ງ.